ເຂົ້າຮ່ວມໃນໂຄສະນາຂອງພວກເຮົາທີ່ #TechSafeSpace ເພື່ອເຮັດໃຫ້ອິນເຕີເນັດມີຄວາມປອດໄພຫຼາຍຂຶ້ນສໍາລັບທຸກໆຄົນ.

ພາບຂໍ້ມູນຂ່າວສານ

ການໃຊ້ເທັກໂນໂລຊີ ໃນທາງທີ່ຜິດອາດມີຜົນກະທົບຕໍ່ຊີວິດ ຂອງຜູ້ໃດກໍ່ຕາມທີ່ເຮົາຮູ້ຈັກ, ລວມທັງຕົວເຮົາເອງໄດ້.  ເຖິງຢ່າງໃດກໍ່ຕາມ, ໂດຍການສະໜັບສະໜູນ ແລະ ປະຕິບັດການນໍາໃຊ້ເຕັກໂນໂລຊີທີ່ປອດໄພ ແລະ ມີຄວາມຮັບຜິດຊອບ, ທຸກຄົນສາມາດປະກອບສ່ວນເຂົ້າໃນຊ່ອງທາງເຕັກໂນໂລຊີທີ່ປອດໄພໄດ້

ຄໍາແນະນໍາສໍາລັບລັດຖະບານ

ຄໍາແນະນໍາສໍາລັບສາທາລະນະ

ເບິ່ງວີດີໂອການສໍາພາດສະບັບເຕັມນີ້ຈາກອົງການ UNODC ເພື່ອຮຽນຮູ້ວ່າການນຳໃຊ້ເທັກໂນໂລຊີທີ່ບໍ່ຖືກຕ້ອງ ສາມາດສົ່ງຜົນກະທົບຕໍ່ຊີວິດຂອງຜູ້ຄົນທີ່ເຮົາຮູ້ຈັກ, ລວມທັງຕົວເຮົາເອງ. ການແຄມເປນ #TechSafeSpace ມີຈຸດປະສົງເພື່ອສົ່ງເສີມການນຳໃຊ້ເທັກໂນໂລຊີທີ່ປອດໄພ ແລະ ມີຄວາມຮັບຜິດຊອບ ແລະ ຄວາມສະເໝີພາບດ້ານດິຈິຕອນ ໃຫ້ທົ່ວເຖິງໃນອາຊີຕາເວັນອອກສຽງໃຕ້.

ການເທົ່າທຽມກັນໃນດ້ານເຕັກໂນໂລຊີ

ເຖິງວ່າຈະມີການເພີ່ມຂຶ້ນຢ່າງຫຼວງຫຼາຍໃນການເຂົ້າເຖິງອິນເຕີເນັດໃນທົ່ວອາຊີຕາເວັນອອກສຽງໃຕ້, ການຕັດແຍກກັນທາງດິຈິຕອນຢ່າງຮຸນແຮງຍັງຄົງຢູ່, ໂດຍຈໍາກັດການເຂົ້າເຖິງ ແລະ ໂອກາດສໍາລັບຫຼາຍໆຄົນ. ໂດຍສະເພາະແມ່ນການສະແດງໃຫ້ເຫັນວ່າມີຈຳນວນຕ່ຳຂອງອັດຕາແມ່ຍິງ, ເຊິ່ງກວມເອົາພຽງແຕ່ 35% ຂອງກຳລັງແຮງງານເຕັກໂນໂລຊີໃນພາກພື້ນເທົ່ານັ້ນ.  

ນອກຈາກນັ້ນ, ຄວາມຮຸນແຮງທາງເພດ ໂດຍຄວາມສະດວກໃນການນຳໃຊ້ເທັກໂນໂລຊີ ໄດ້ເພີ່ມຂຶ້ນໃນຊຸມປີມໍ່ໆມານີ້, ເຊິ່ງເປັນໄພຂົ່ມຂູ່ຕໍ່ຄວາມປອດໄພ ແລະ ສະຫວັດດີການຂອງແມ່ຍິງ ທັງທາງອອນລາຍ ແລະ ອອບລາຍ. ນີ້ຊີ້ໃຫ້ເຫັນເຖິງຄວາມຈໍາເປັນອັນຮີບດ່ວນເພື່ອປົກປ້ອງ ແລະ ສົ່ງເສີມສິດທິຂອງ

ສິດທິມະນຸດ ແລະ ເສລີພາບໃນການປາກເວົ້າ

ໄພຂົ່ມຂູ່ທີ່ເກີດຂື້ນ ດ້ວຍເຕັກໂນໂລຊີຂະຫຍາຍໄປສູ່ສິດທິມະນຸດ ແລະ ເສລີພາບໃນການປາກເວົ້າ. ເຊັ່ນການເຊັນເຊີອອນລາຍ, ບາງຂໍ້ມູນ ທີ່ເຈົ້າໜ້າທີ່ຈໍາກັດການເຂົ້າເຖິງ ຫຼື ຂັດຂວາງການອອກຫາງສຽງທີ່ບໍ່ເຫັນດີນໍາ, ຊີ້ໃຫ້ເຫັນເຖິງຄວາມຈໍາເປັນໃນການປົກປ້ອງສິດເສລີພາບທາງອິນເຕີເນັດ ແລະ ຕ້ານການເຊັນເຊີ ແລະ ການຂົ່ມຂູ່ນັກຂ່າວ ແລະ ຊ່ຽວຊານດ້ານສື່ມວນຊົນ.  

ອີງຕາມ ມາດຕາ 19 ຂອງຖະແຫຼງການສາກົນວ່າດ້ວຍສິດທິມະນຸດ, “ທຸກຄົນມີສິດເສລີໃນການອອກຄວາມຄິດເຫັນ ແລະ ການສະແດງອອກ; ສິດທິນີ້ລວມເຖິງສິດເສລີພາບໃນການສະແດງຄວາມຄິດເຫັນ ໂດຍບໍ່ມີການແຊກແຊງ ແລະ ຊອກຄົ້ນ, ຮັບເອົາ ແລະ ເຜີຍແຜ່ຂໍ້ມູນຂ່າວສານ ແລະ ແນວຄວາມຄິດຜ່ານສື່ຕ່າງໆ ໂດຍບໍ່ມີພົມແດນ. ຕ້ອງມີຄວາມພະຍາຍາມເພື່ອປົກປັກຮັກສາຫຼັກການສິດທິມະນຸດ ແລະ ຮັບປະກັນວ່າ ທຸກຄົນສາມາດສະແດງອອກດ້ວຍຕົນເອງຢ່າງເສລີ ແລະ ບໍ່ມີຄວາມຢ້ານກົວຕໍ່ການແກ້ແຄ້ນໃນຍຸກດິຈິຕອນ.”

ຂໍ້ມູນຜິດ ແລະ ຂໍ້ມູນປອມແປງ

ຂໍ້ມູນຜິດ ແມ່ນການເຜີຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງ ໂດຍບໍ່ເຈດຕະນາ.   ໃນຂະນະທີ່ຂໍ້ມູນປອມແປງ ແມ່ນການເຜີຍແຜ່ຂໍ້ມູນທີ່ປອມແປງຂຶ້ນມາໂດຍເຈດຕະນາ ເພື່ອຫຼອກລວງ ແລະ ເປັນຂໍ້ມູນທີ່ອັນຕະລາຍ.  

ຂໍ້ມູນທັງສອງປະເພດ ສາມາດແຜ່ກະຈາຍໂດຍນັກສະແດງ ຫຼື ຜູ້ສ້າງຂ່າວຕ່າງໆ ແລະ ມີຜົນກະທົບຮ້າຍແຮງທີ່ຕາມມາ, ລວມທັງ:    

-ການທໍາລາຍສິດທິມະນຸດ,  
-ລົບກວນນະໂຍບາຍຂອງສາທາລະນະ,  
-ແລະ ເພີ່ມຄວາມກົດດັນແບບທະວີຄູນ ໃນໄລຍະທີ່ມີບັນຫາ ຫຼື ການຂັດແຍ້ງກັນ

ອາຊະຍາກໍາຂ້າມຊາດ (TOC) ແມ່ນຫຍັງ

ການກໍ່ອາຊະຍາກໍາຂ້າມຊາດ (TOC) ແມ່ນກ່ຽວຂ້ອງກັບກິດຈະການອາຊະຍາກໍາສາກົນຫຼາຍປະເພດ ເຊັ່ນ: ການຄ້າຢາເສບຕິດ, ການຄ້າມະນຸດ, ການຟອກເງິນ ແລະ ອາຊະຍາກໍາທາງໄຊເບີ (ອິນເຕີແນັດ) ໂດຍໄດ້ດໍາເນີນຢ່າງສັບຊ້ອນ, ມີການປັບຕົວເພື່ອນຳໃຊ້ຕະຫຼາດສະແຫວງຫາຜົນປະໂຫຍດ ແລະ ສ້າງວິທີການທາງອາຊະຍາກຳແບບໃໝ່. ການກໍ່ອາຊະຍາກຳນີ້ ຖືວ່າເກີນຂອບເຂດລະດັບຊາດ, ໂດຍອາຊະຍາກຳຂ້າມຊາດ ບໍ່ໄດ້ຄໍານຶງເຖິງຂໍ້ຈໍາກັດທາງດ້ານວັດທະນະທໍາ, ສັງຄົມ ແລະ ກົດໝາຍໃດໆ.  
ວິທີທີ່ກຸ່ມ TOC ນໍາເອົາວິສະວະກໍາທາງສັງຄົມມານຳໃຊ້ໃນການສໍ້ໂກງທາງໄຊເບີ

TOC ນໍາໃຊ້ເຕັກນິກວິສະວະກໍາສັງຄົມເພື່ອສວຍໃຊ້ຄວາມອ່ອນແອຂອງຜູ້ຊົມໃຊ້, ຊອກວິທີໃຫ້ເຂົາເຈົ້າເປີດເຜີຍຂໍ້ມູນສ່ວນຕົວ ຫຼື ໃຫ້ສິດການເຂົ້າເຖິງຂໍ້ມູນລັບ ເພື່ອໃຫ້ໄດ້ເງິນໂດຍກົງ ຫຼື ໄດ້ຮັບຂໍ້ມູນທີ່ເປັນຄວາມລັບ ເພື່ອເຮັດການກໍ່ອາຊະຍາກໍາໃນເວລາຕໍ່ມາ. ແພຣດຟອມສື່ສັງຄົມເຮັດໜ້າທີ່ເປັນຊ່ອງທາງທີ່ຕ້ອງການ, ເຖິງແມ່ນວ່າການຕິດຕໍ່ອາດຈະເກີດຂຶ້ນທາງໂທລະສັບ ຫຼື ດ້ວຍຕົວຕໍ່ຕົວກໍ່ຕາມ.

ການເບີກຈ່າຍເງີນຄຼິບໂຕ ສຳລັບກິດຈະກຳທີ່ຜິດກົດໝາຍ

ອົງກອນອາຊະຍາກໍາ ນຳໃຊ້ການປິດບັງຫຼອກລວງທີ່ມີເຄື່ອງມີໃຊ້ໃນເຕັກໂນໂລຊີບລອກເຊນ ແລະ ນໍາໃຊ້ຍຸດທະວິທີເພື່ອປິດບັງຕົ້ນກໍາເນີດຂອງທຶນ. ນີ້ລວມເຖິງການນໍາໃຊ້ແພຣດຟອມທາງສື່ສັງຄົມ ແລະ ບໍລິການຫຼາຍຢ່າງ ເພື່ອປະປົນຫຼຽນປອມ ກັບຫຼຽນແທ້ (ຫຼຽນທີ່ຖືກຕ້ອງຕາມກົດໝາຍ), ລວມທັງການຈັດການກະເປົາເງີນຫຼາຍກະເປົາ ເພື່ອປິດບັງການເຊື່ອມຕໍ່ກັບກິດຈະກຳກ່ຽວຂ້ອງກັບອາຊະຍາກຳ.

ການຄ້າມະນຸດໃນກຸ່ມ TOC

ກຸ່ມອາຊະຍາກຳທີ່ມີການຈັດຕັ້ງໄດ້ພັດທະນາ ແລະ ຈັດຕັ້ງປະຕິບັດແຜນການທີ່ຊັບຊ້ອນເພື່ອຫຼອກລວງປະຊາຊົນໃນທົ່ວພາກພື້ນ ໃນຂະນະທີ່ນໍາໃຊ້ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດມາເພື່ອດໍາເນີນກິດຈະກຳທາງອາຊະຍາກຳ.

ເບິ່ງວີດີໂອເຄື່ອນໄຫວນີ້ຈາກແຄມເປນ Tech Safe Space ທີ່ອອກແບບໂດຍອົງການ UNODC ເພື່ອສ້າງຈິດສໍານຶກກ່ຽວກັບການນໍາໃຊ້ເຕັກໂນໂລຊີທີ່ປອດໄພ ແລະ ມີຄວາມຮັບຜິດຊອບ ໃນອາຊີຕາເວັນອອກສຽງໃຕ້.