ເຊັກກ່ອນແຊ (Beware The Share) ແມ່ນຫຍັງ?

ສະບາຍດີທຸກຄົນ ລອງເຂົ້າໄປເບິ່ງວິດີໂອ ແລະ ເນື້ອຫາອື່ນໆ ຂອງເຮົາໃນເວັບໄຊເດີ ທ່ານຈະພົບຂໍ້ມູນຫຼວງຫຼາຍທີ່ສ້າງຂຶ້ນ ເພື່ອປ້ອງກັນບໍ່ໃຫ້ທ່ານຕົກບ່ອນນັ່ງລຳບາກ ແລະ ຊ່ວຍໃຫ້ທ່ານຕັດສິນໃຈໄດ້ຢ່າງຖືກຕ້ອງ ເມື່ອໃຊ້ແພັດຟອມອອນລາຍ
ຢ່າລືມວ່າທ່ານມີໂອກາດພຽງຄັ້ງດຽວເທົ່ານັ້ນ ເຊັກກ່ອນແຊສະເໝີ!

ວິດີໂອ

ທົດສອບທັກສະຄວາມປອດໄພໃນໂລກອອນລາຍຂອງທ່ານ

SCORE: / 4

QUESTION: / 4

ຄຳນິຍາມ

ການລໍ່ລວງ ໝາຍເຖິງ

ການລໍ່ລວງໃນໂລກອອນລາຍ ແມ່ນ ວິທີການທີ່ຄົນບາງກຸ່ມໃນອິນເຕີເນັດ ເຊິ່ງອາດເປັນຄົນແປກໜ້າ ເພື່ອນ ຫຼື ຄົນດັງ ພະຍາຍາມຂໍ “ຮູບໂປ້ເປືອຍ” (ສື່ທີ່ມີເນື້ອຫາຍົ່ວຍຸທາງເພດ) ຂອງທ່ານ

ຂໍ້ຄວນຮູ້ 

  1. ຄົນເຫຼົ່ານີ້ເບິ່ງທຳມະດາທົ່ວໄປ ບໍ່ມີທ່າທີວ່າຈະເປັນ ‘ຜູ້ລໍ່ລວງ”
  2. ຄົນເຫຼົ່ານີ້ ອາດມີເວລາໃຫ້ທ່ານເຫຼືອເຟືອ ແລະ ສະເໜີເງິນໃຫ້ທ່ານຢືມ ແລະ ແກ້ງທຳເປັນ “ເພື່ອນ” ຂອງທ່ານ
  3. ຄົນເຫຼົ່ານີ້ ຈະໃຊ້ເວລາເພື່ອຄ່ອຍໆ ຫຼອກໃຫ້ທ່ານຕາຍໃຈ ໂດຍເລີ່ມຈາກການຂໍສິ່ງເລັກໆ ນ້ອຍໆ ຈາກທ່ານ...
  4. ຄົນເຫຼົ່ານີ້ອາດແຊເນື້ອຫາທາງເພດໃຫ້ກັບທ່ານເພື່ອຫຼອກລໍ່
  5. ຄົນເຫຼົ່ານີ້ອາດຂໍໃຫ້ທ່ານເກັບການສົນທະນາໄວ້ເປັນຄວາມລັບ
  6. ພະຍາມຍາມຫຼອກໃຫ້ທ່ານເປີດເຜີຍຂໍ້ມູນສ່ວນຕົວ
  7. ຖ້າທ່ານເຫັນວ່າມີໃຜບາງຄົນເລີ່ມສະແດງຄວາມຄິດເຫັນທີ່ສໍ່ໄປໃນເລື່ອງເພດ ຫຼື ຂໍຮູບທີ່ມີລັກສະນະລາມົກອະນາຈານ ໃຫ້ຢຸດການສົນທະນາທັນທີ ແລ້ວປີກຕົວອອກມາ
  8. ເຊັກກ່ອນແຊ!

ການສົ່ງຂໍ້ຄວາມສົນທະນາໃນເລື່ອງເພດ ໝາຍເຖິງ

ການບັງຄັບຂົ່ມຂູ່ທາງເພດກັບເດັກ ຫຼື ທີ່ຮຽກວ່າ “ການສົ່ງຂໍ້ຄວາມສົນທະນາເລື່ອງເພດ” ຄື ການແຊຮູບພາບທີ່ສື່ເຖິງເລື່ອງເພດ ຜ່ານໂທລະສັບມືຖື ຫຼື ອຸປະກອນອິເລັກໂທຣນິກອື່ນໆ ເຊິ່ງແມ່ນເລື່ອງຖືກກົດໝາຍ ຫາກເກີດຂຶ້ນລະຫວ່າງຜູ້ໃຫຍ່ທີ່ໃຫ້ການຍິນຍອມ ແຕ່ຖ້າເກີດຂຶ້ນໃນກຸ່ມເດັກ ແລະ ໄວໜຸ່ມ ຈະຖືວ່າຜິດກົດໝາຍ ໃນກໍລະນີທີ່ຜູ້ກະທຳການຝ່າຍໃດຝ່າຍໜຶ່ງ ຫຼື ທັງສອງຝ່າຍຍັງບໍ່ບັນລຸນິຕິພາວະ ການກະທຳເຊັ່ນນີ້ ອາດມີຜົນທາງອາຍາຕໍ່ທັງຜູ້ຖ່າຍທຳ ແລະ ຜູ້ຮັບຮູບພາບທີ່ສື່ເຖິງເລື່ອງເພດດັ່ງກ່າວ ເຊິ່ງອາດຖືເປັນຄວາມຜິດທາງອາຍາ

ຂໍ້ຄວານລະວັງເມື່ອສົ່ງຂໍ້ຄວາມສົນທະນາໃນເລື່ອງເພດ

  1. ຫາກທ່ານ ຫຼື ເພື່ອນຂອງທ່ານອາຍຸໜ້ອຍກວ່າ 18 ປີ ແລະ ທ່ານແຊຮູບພາບທີ່ຍົ່ວຍຸທາງເພດຂອງແຕ່ລະຝ່າຍ ການກະທຳເຊັ່ນນີ້ ຖືເປັນຄວາມຜິດທາງອາຍາ
  2. ຫາກທ່ານອາຍຸໜ້ອຍກວ່າ 18 ປີ ແລ້ວຖ່າຍຮູບ ຫຼື ວິດີໂອທີ່ສື່ເຖິງເລື່ອງທາງເພດຂອງຕົວເອງ ແລະ ແຊກັບບຸກຄົນໜຶ່ງ ບໍ່ວ່າຈະມີອາຍຸເທົ່າໃດ ການກະທຳເຊັ່ນນີ້ ຖືເປັນຄວາມຜິດທາງອາຍາ
  3. ຫາກທ່ານອາຍຸຫຼາຍກວ່າ 18 ປີ ແລະ ແຊຮູບພາບທີ່ສື່ເຖິງເລື່ອງເພດຂອງຜູ້ທີ່ມີອາຍຸໜ້ອຍກວ່າ 18 ປີ ກັບບຸກຄົນໜຶ່ງ ບໍ່ວ່າຈະມີອາຍຸເທົ່າໃດ ການກະທຳເຊັ່ນນີ້ຖືວ່າແມ່ນຄວາມຜິດທາງອາຍາ
  4. ເຊັກກ່ອນແຊ

ການລ່ວງລະເມີດທາງເພດຈາກຮູບພາບ (Image-based abuse ຫຼື IBA) ໝາຍເຖິງ

ການລ່ວງລະເມີດຈາກຮູບພາບ (Image-based abuse ຫຼື IBA) ເກີດຂຶ້ນເມື່ອຮູບພາບ ຫຼື ວິດີໂອສ່ວນຕົວຖືກແຊ ໂດຍບໍ່ໄດ້ຮັບຄວາມຍິນຍອມຈາກບຸກຄົນໃນສື່ດັ່ງກ່າວ ເຊິ່ງລວມເຖິງຮູບພາບ ຫຼື ວິດີໂອທີ່ໄດ້ຮັບການດັດແປງຜ່ານທາງດິຈິຕອລ (ໂດຍໃຊ້ຊອຟແວຕັດຕໍ່ຮູບພາບ ຫຼື ວິດີໂອ)

ການກະທຳເຊັ່ນນີ້ ພົບໄດ້ເປັນປະຈຳຫຼາຍກວ່າທີ່ທ່ານຄິດ ແລ້ວຖ້າທ່ານພົບວ່າຕົວເອງຕົກຢູ່ໃນສະຖານະການນີ້ ຂໍໃຫ້ຮູ້ໄວ້ວ່າ

  1. ນີ້ບໍ່ແມ່ນຄວາມຜິດຂອງທ່ານ ທ່ານບໍ່ໄດ້ເຮັດຫຍັງຜິດ
  2. ທ່ານອາດຮູ້ສຶກກັງວົນ ແລະ ເປັນທຸກ
  3. ບໍ່ຕ້ອງຫ່ວງ ທຸກປັນຫາຕ້ອງມີທາງອອກ !
  4. ບອກພ່ອແມ່ ຜູ້ປົກຄອງ ຫຼື ຜູ້ໃຫຍ່ທີ່ທ່ານໄວ້ໃຈ
  5. ຕິດຕໍ່ໜ່ວຍງານທີ່ກ່ຽວຂ້ອງຕາມລິ້ງດ້ານລຸ່ມ
  6. ທ່ານຈະໄດ້ຮັບຄວາມຊ່ວຍເຫຼືອ 
  7. ສະຖານະການຈະໄດ້ຮັບການແກ້ໄຂ

ສົມມຸດວ່າທ່ານຕົກຢູ່ໃນສະຖານະການເຫຼົ່ານີ້

ຄົນແປກໜ້າຕິດຕໍ່ທ່ານຜ່ານແພັດຟອມອອນລາຍ

ຄຳແນະນຳ

  1. ຫຼີກເວັ້ນ ແລະ ບໍ່ຕ້ອງສົນໃຈ ຫາກເປັນໄປໄດ້ ບໍ່ຄວນຕອບຮັບຄຳຂໍເປັນເພື່ອນຈາກຄົນທີ່ມີເພື່ອນຮ່ວມກັບທ່ານບໍ່ຫຼາຍຄົນ
  2. ຢ່າມີສ່ວນຮ່ວມໃນການສົນທະນາທີ່ເປີດສາທາລະນະ ເພາະແມ່ນວິທີທີ່ຄົນແປກໜ້າໃຊ້ເພື່ອເລີ່ມລໍ່ລວງຜູ້ອື່ນ
  3. ຢ່າຫຼົງເຊື່ອຄຳສັນຍາລົມໆ ແລ້ງໆ ເຊັ່ນ ການສະເໜີເງິນສົດ ຫຼື ຂອງຂວັນທີ່ເພີ່ມມູນຄ່າຂຶ້ນເລື່ອຍໆ

ເພື່ອນຂໍຮູບພາບຂອງທ່ານທີ່ສໍ່ໄປໃນທາງເພດຢ່າງຈະແຈ້ງ

ຄຳແນະນຳ

  1. ອະທິບາຍໃຫ້ເພື່ອນຮູ້ວ່າການກະທຳເຊັ່ນນີ້ ຜິດກົດໝາຍ ໂດຍສະເພາະຫາກຝ່າຍໃດຝ່າຍໜຶ່ງ ຫຼື ທັງສອງຝ່າຍ ຍັງບໍ່ບັນລຸນິຕິພາວະ
  2. ໂນ້ມນ້າວໃຫ້ເພື່ອນຄິດໄດ້ວ່າຄວາມຄິດນີ້ບໍ່ດີ ໂດຍສະເພາະຝ່າຍໃດຝ່າຍໜຶ່ງ ຫຼື ທັງສອງຝ່າຍ ຍັງບໍ່ບັນລຸນິຕິພາວະ
  3. ຖ້າເພື່ອນກວນໃຈ ຫຼື ບັງຄັບຂູ່ເຂັນໂດຍບໍ່ພະຍາຍາມເຮັດຄວາມເຂົ້າໃຈ ໃຫ້ບອກເລື່ອງນີ້ກັບຜູ້ປົກຄອງ ຄົນໃດຄົນໜຶ່ງຂອງທ່ານ ຫຼື ຜູ້ໃຫຍ່ທີ່ທ່ານໄວ້ໃຈ

ແຟນສາວ/ແຟນໜຸ່ມຂອງທ່ານພະຍາຍາມໃຫ້ທ່ານມີສ່ວນຮ່ວມໃນກິດຈະກຳທາງເພດ ຜ່ານເວັບແຄມ ຫຼື ວິດີໂອຄອລ

ຄຳແນະນຳ

  1. ພະຍາຍາມລົມກັບແຟນໃຫ້ຊັດເຈນວ່າທ່ານບໍ່ສະດວກໃຈທີ່ຈະເຮັດແນວນັ້ນ
  2. ລອງປ່ຽນເລື່ອງລົມ ຫຼື ເວົ້າເຖິງສິ່ງທີ່ແຕກຕ່າງໄປຈາກເດີມຢ່າງສິ້ນເຊີງແທນ
  3. ອະທິບາຍວ່າການກະທຳເຊັ່ນນີ້ ຜິດກົດໝາຍ ແລະ ອາດສົ່ງຜົນກະທົບທີ່ເປັນອັນຕະລາຍ

ຕິດຕໍ່ໜ່ວຍງານທີ່ຮັບຜິດຊອບ

ຫາກທ່ານຄິດວ່າກຳລັງຖືກລ່ວງລະເມີດ ຂໍໃຫ້ຮູ້ວ່າປັນຫາມີທາງອອກສະເໝີ ທ່ານສາມາດຕິດຕໍ່ຂໍຄວາມຊ່ວຍເຫຼືອຈາກໜ່ວຍງານດ້ານລຸ່ມ

Image

LAO PDR

Image

MALAYSIA

Image

PHILIPPINES

Image

VIETNAM

Image

CAMBODIA


Image

INDONESIA

ກ່ຽວກັບແຄມເປນ

ເຊັກກ່ອນແຊ (Beware The Share) ແມ່ນແຄມເປນທີ່ອອກແບບ ແລະ ດຳເນີນການໂດຍ ອົງ​ການ ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ຕ້ານ​ຢາ​ເສບ​ຕິດ ແລະ ອາ​ຊະ​ຍາ​ກຳ(United Nations Office on Drugs and Crime ຫຼື UNODC) ເພື່ອເພີ່ມຄວາມຕະໜັກຮູ້ກ່ຽວກັບແນວທາງກົດໝາຍທີ່ປົກປ້ອງໄວໜຸ່ມ ຈາການຖືກສະແຫວງຫາຜົນປະໂຫຍດຜ່ານແພັດຟອມອອນລາຍ ໂດຍໃຊ້ສະໂລແກນ “ເຊັກກ່ອນແຊ (Beware the Share)” ເພື່ອມຸ່ງສ້າງຄວາມຕະໜັກເຖິງຜົນກະທົບໃນໄລຍະຍາວ ແລະ ໄລຍະສັ້ນຂອງການຮ່ວມກະທຳການທີ່ເປັນອັນຕະລາຍ ແລະ ອາດຜິດກົດໝາຍ ຜ່ານແພັດຟອມອອນລາຍ ເຊິ່ງອາດສົ່ງຜົນລົບທັງທາງຈິດໃຈ ສັງຄົມ ແລະ ກົດໝາຍຕໍ່ທັງຕົວເອງ ແລະ ຄົນອື່ນໆ

ແຄມເປນ “ເຊັກກ່ອນແຊ (Beware the Share)” ໄດ້ຮັບການອອກແບບມາເພື່ອຊ່ວຍໃຫ້ໄວໜຸ່ມຄິດໄຕ່ຕອງໃຫ້ຖີ່ຖ້ວນ ກ່ອນທີ່ຈະຕັດສິນໃຈແຊເນື້ອຫາທີ່ອາດເປັນອັນຕະລາຍໃຫ້ກັບເພື່ອນ ຫຼື ຄົນແປກໜ້າ